ໂປຣແກຣມບັນຊີ ເອັສແອັກ /S-ACC Accounting software (ລິຂະສິດໂປຣແກຣມໂດຍ: ບໍລິສັດ ເອັສ-ແອດວານ ຊອບແວ ຈຳກັດ) ຮອງຮັບລະບຽບການບັນຊີລາວ ແລະ ເປັນໂປຣແກຣມບັນຊີສໍາລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະທີ່ມີໃບອະນຸຍາດນໍາໃຊ້ຊຸດຄໍາສັ່ງຄອມພິວເຕີທາງດ້ານການບັນຊີວິສາຫະກິດ ກົມຄຸ້ມຄອງການບັນຊີ ກະຊວງການເງິນ ໂປຣແກຣມບັນຊີທີ່ມີລະບົບພິມໃບເກັບເງິນ ອາກອນມູນຄ່າເພີ່ມ ທີ່ເຊື່ອມຕໍ່ຂໍ້ມູນກັບລະບົບ Taxris ທີ່ມີໃບອະນຸຍາດນຳໃຊ້ ແລະ ໃບຢັ້ງຢືນຮັບຮອງມາດຕະຖານເຄື່ອງບັນທືກການຂາຍສິນຄ້າ ແລະ ບໍລິການຈາກກົມສ່ວຍສາອາກອນ ກະຊວງການເງິນ. ຂໍ້ມູນທົ່ວໄປໂປຣແກຣມ: o ລະບົບໂປຣແກຣມບັນຊີສໍາລັບການບັນທືກບັນຊີເພື່ອສ້າງເອກະສານລາຍງານການເງິນ (GL) o ລະບົບພິມໃບເກັບເງິນອາກອນ ມູນຄ່າເພີ້ມ (ການຈັດການລະບົບ, ການກຳນົດລາຍການສີນຄ້າ o ໝວດ ຫົວໜ່ວຍ ແລະ ການລາຍງານກ່ຽວກັບໃບເກັບເງິນອາກອນມູນຄ່າເພີ້ມ o ໂປຣແກຣມປະກອບດ້ວຍ: ລະບົບການກໍານົດຄ່າຂອງໂປຣແກຣມ, ລະບົບການບັນທຶກຍອດຍົກມາ, ລະບົບການບັນທຶກລານການເຄື່ອນໄຫວ, ລະບົບການລາຍງານ, ລະບົບການເປີດ-ປິດບັນຊີປະຈໍາປີ ແລະ ລະບົບຄວາມປອດໄພຂອງໂປຣແກຣມ o ລາຍງານໃນໂປຣແກຣມ: ປື້ມບັນຊີປະຈໍາວັນ, ປື້ມບັນຊີໃຫຍ່ແຍກປະເພດ ແບບມີຍອດເຫຼືອ ແລະ o ແບບບໍ່ມີຍອດເຫຼືອ, ໃບດຸ່ນດຽງທົ່ວໄປ, ໃບສັງລວມບັນຊີລາຍຮັບ-ລາຍຈ່າຍ, ໃບດຸ່ນດ່ຽງພາຍຫຼັງການສ້າງໃບລາຍງານຜົນການດໍາເນີນງານ, ໃບລາຍງານຜົນການດໍາເນີນງານ,ໃບລາຍງານຖານະການເງິນຊັບສິນ-ໜີ້ສິນ o ຄໍາສັ່ງການນໍາໃຊ້ແລະລາຍງານໄດ້ 2 ພາສາ (ລາວ-ອັງກິດ), ບັນທືກລາຍການເຄື່ອນໄຫວໄດ້ທຸກສະກຸນເງິນ, ຜັງບັນຊີກໍານົດສະກຸນເງີນເຄື່ອນໄຫວໄດ້. ຂໍ້ມູນດ້ານເຕັກນິກ: ຂຽນ Microsoft Visual Studio, ໃຊ້ລະບົບຖານຂໍ້ມູນ Microsoft SQL Server, ໃຊ້ໃນລະບົບປະຕິບັດການ Windows ໃຊ້ໄດ້ກັບທຸກ Version, Support windows 32 bit & 64 bit, ນຳໃຊ້ໄດ້ແບບເຄື່ອງດຽວ Standalone, ແບບເຂືອຄ່າຍ LAN (Local Area Network) ແລະ ຮອງຮັບການນຳໃຊ້ຜ່ານລະບົບ Online
8
500,000 Kip
2025-09-08 14:11:33