ໂປຣແກຣມບັນຊີ
ໂປຣແກຣມບັນຊີ ໂປຣແກຣມບັນຊີ ໂປຣແກຣມບັນຊີ ໂປຣແກຣມບັນຊີ ໂປຣແກຣມບັນຊີ ໂປຣແກຣມບັນຊີ
ການບໍລິການ
ການບັນທຶກບັນຊີແລະສະຫຼຸບບັນຊີປະຈໍາເດືອນ
ບັນທືກລາຍການເຄື່ອນໄຫວລາຍການການຄ້າ ປະຈຳເດືອນ ບັນທືກບັນຊີໃນປື້ມປະຈຳວັນ, ກວດກາລາຍການເຄື່ອນໄຫວປື້ມບັນຊີຕ່າງໆ: ປື້ມບັນຊີເງິນສົດ, ປື້ມບັນຊີເງິນຝາກທະນາຄານ, ບັນຊີຕິດຕາມໜີ້ຕ້ອງຮັບ, ບັນຊີໜີ້ຕ້ອງສົ່ງ, ບັນຊີສາງ, ບັນຊີຊັບສົມບັດຄົງທີ່-ຫັກຄ່າຫຼຸ້ຍຫ້ຽນ, ກວດກາບັນທຶກລາຍການແຈ້ງເສຍພາສີ-ອາກອນ ແລະ ລາຍການອື່ນໆທີ່ກ່ຽວຂ້ອງກັບການບັນທຶກບັນຊີ ເພື່ອສ້າງເອກະສານລາຍງານການເງິນ ໂດຍອິງຕາມຂໍ້ມູນທັງໝົດທີ່ຈຳເປັນ ແລະ ລາຍງານຈະອິງໃສ່ຄວາມຄົບຖ້ວນສົມບູນຂອງຂໍ້ມູນທີ່ມີ ເພື່ອສ້າງເອກະສານລາຍງານບັນຊີ : ປື້ມປະຈຳວັນທົ່ວໄປ, ປື້ມບັນຊີໃຫຍ່ແຍກປະເພດ, ໃບດຸ່ນດ່ຽງບັນຊີ, ໃບລາຍງານຜົນການດຳເນີນງານ, ໃບລາຍງານຖານະການເງິນ ຊັບສິນ-ໜີ້ສິນ ແລະລາຍງານຊ້ອນທ້າຍອື່ນໆ ໂດຍສອດຄ່ອງກັບລະບຽບຫລັກການແມ່ນອິງໃສກົດລະບຽບທີ່ກ່ຽວຂ້ອງກັບວຽກງານດ້ານບັນຊີທີ່ນຳໃຊ້ໃນປະຈຸບັນ. ບັນທຶກລາຍການຄ້າປະຈຳເດືອນຕາມປະເພດລາຍການປະຈຳວັນ: ປະຈຳວັນຂາຍ, ປະຈຳວັນຊື້, ປະຈຳວັນຮັບເງິນ, ປະຈຳວັນຈ່າຍເງິນ, ປະຈຳວັນຄັງເງິນສົດຍ່ອຍ, ປະຈຳວັນທົ່ວໄປ. ສ້າງລາຍງານປື້ມປະຈຳວັນ: ປື້ມປະຈຳວັນທົ່ວໄປ, ປື້ມບັນຊີໃຫຍ່ແຍກປະເພດ, ໃບດຸ່ນດ່ຽງບັນຊີ. ສ້າງເອກະສານລາຍງານການເງິນ ປະຈຳເດືອນ, ງວດ ແລະ ປີ (ໃບລາຍງານຜົນໄດ້ຮັບ, ໃບສະຫຼຸບຊັບສົມບັດ, ແລະລາຍງານຊ້ອນທ້າຍອື່ນໆ) ໂດຍສອດຄ່ອງກັບມາດຕະຖານບັນຊີລາວທີ່ປະກາດໃຊ້ໃນປັດຈຸບັນ. ສ້າງລາຍງານບັນຊີລະອຽດ ຊຄທ ແລະການຫັກຄ່າຫຼຸ້ຍຫ້ຽນ ສ້າງລາຍງານບັນຊີສາງສິນຄ້າ ແລະ ສາງເຄື່ອງໃຊ້ ສ້າງລາຍງານກ່ຽວກັບບັນຊີຕົ້ນທຶນການຜະລິດ ສ້າງລາຍງານກ່ຽວກັບການປະຕິບັດພັນທະອາກອນ ສ້າງລາຍງານຊ້ອນທ້າຍອື່ນໆ
ອ່ານຕື່ມບໍລິການ ຈັດວາງລະບົບບັນທຶກບັນຊີ
ການວາງລະບົບັນທຶກບັນຊີເພື່ອວັດຖຸປະສົງໃນການເກັບກຳຂໍ້ມູນທາງບັນຊີແລະການເງີນເຊີ່ງປະກອບໄປດ້ວຍເອກະສານຕ່າງໆ ບັນທຶກທາງບັນຊີລາຍງານເພື່ອຊ່ວຍໃຫ້ພາກສ່ວນການດຳເນີນວຽກງານສາມາດປະຕິບັດໜ້າທີ່ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ບັນລຸ ໄປດ້ວຍດີ ສຳລັບໃຊ້ເປັນເຄື່ອງມືວັດແທກຜົນຂອງການດຳເນີນງານໃນຮອບໄລຍະເວລາທີ່ຜ່ານມາ ແລະທັງທຸລະກິດຈຳເປັນຕ້ອງມີລະບົບບັນຊີທີ່ດີເພື່ອທີ່ຈະເປັນເຄື່ອງມືຂອງພະແນກບໍລິຫານໃນດ້ານການຄຸ້ມຄອງການດຳເນີນວຽກງານໃຫ້ເປັນໄປຕາມວັດຖຸປະສົງ. ກຳນົດສາລະບານບັນຊີ ຂອງກິດຈະການໂດຍສອດຄ່ອງກັບມາດຕະຖານບັນຊີລາວ ກຳນົດສາລະບານບັນຊີລາວຂອງກິດຈະການໂດຍສອດຄ່ອງກັບມາດຕະຖານບັນຊີສະເພາະຂອງກິດຈະການ (ສຳລັບກິດຈະການທີ່ມີສາລະບານບັນຊີສະເພາະ) ກຳນົດຄ່າເບື້ອງຕົ້ນລະບົບໂປຣແກຣມເພື່ອບັນທຶກບັນຊີ ກຳນົດວິທີການເບື້ອງຕົ້ນໃນການບັນທຶກບັນຊີ ກຳນົດແບບຟອມພື້ນຖານສຳລັບວຽກບັນຊີ ແລະ ວິທີການເອກະສານ ກຳນົດແຟ້ມຈັດເກັບຂໍ້ມູນເອກະສານການບັນທຶກບັນຊີ ແລະເອກະສານຕິດຕາມບັນຊີ ກຳນົດໄຟເອັກເຊລປະກອບການຕິດຕາມວຽກທີ່ກ່ຽວຂ້ອງກັບການບັນທຶກບັນຊີ ກວດກາແລະບັນທຶກລາຍການຍອດຍົກມາເບື້ອງຕົ້ນ (ສຳລັບກິດຈະການທີ່ມີເອກະສານລາຍງານປີຜ່ານມາ) ວິເຄາະລາຍການປະກອບທຶນເບື້ອງຕົ້ນເພື່ອຕັ້ງບັນຊີ (ສຳລັບກິດຈະການເປີດໃໝ່) ກຳນົດຮູບແບບຂອງການລາຍງານບັນຊີ (ໂດຍສອດຄ່ອງກັບລະບຽບການທີ່ນຳໃຊ້ໃນປະຈຸບັນ)
ອ່ານຕື່ມຜະລິດຕະພັນ
ໂປຣແກຣມບັນຊີ (ສໍາລັບບັນທຶກລາຍການສ້າງເອກະສານລາຍງານບັນຊີ)
ທີມງານ
ທ່ານ ທອງ
Designation
MR Phetmany
Support