ການບໍລິການ

ໜ້າຫຼັກ / ການບັນທຶກບັນຊີແລະສະຫຼຸບບັນຊີປະຈໍາເດືອນ

ການບັນທຶກບັນຊີແລະສະຫຼຸບບັນຊີປະຈໍາເດືອນ

ບັນທືກລາຍການເຄື່ອນໄຫວລາຍການການຄ້າ ປະຈຳເດືອນ ບັນທືກບັນຊີໃນປື້ມປະຈຳວັນ, ກວດກາລາຍການເຄື່ອນໄຫວປື້ມບັນຊີຕ່າງໆ: ປື້ມບັນຊີເງິນສົດ, ປື້ມບັນຊີເງິນຝາກທະນາຄານ, ບັນຊີຕິດຕາມໜີ້ຕ້ອງຮັບ, ບັນຊີໜີ້ຕ້ອງສົ່ງ, ບັນຊີສາງ, ບັນຊີຊັບສົມບັດຄົງທີ່-ຫັກຄ່າຫຼຸ້ຍຫ້ຽນ, ກວດກາບັນທຶກລາຍການແຈ້ງເສຍພາສີ-ອາກອນ ແລະ ລາຍການອື່ນໆທີ່ກ່ຽວຂ້ອງກັບການບັນທຶກບັນຊີ ເພື່ອສ້າງເອກະສານລາຍງານການເງິນ ໂດຍອິງຕາມຂໍ້ມູນທັງໝົດທີ່ຈຳເປັນ ແລະ ລາຍງານຈະອິງໃສ່ຄວາມຄົບຖ້ວນສົມບູນຂອງຂໍ້ມູນທີ່ມີ ເພື່ອສ້າງເອກະສານລາຍງານບັນຊີ : ປື້ມປະຈຳວັນທົ່ວໄປ, ປື້ມບັນຊີໃຫຍ່ແຍກປະເພດ, ໃບດຸ່ນດ່ຽງບັນຊີ, ໃບລາຍງານຜົນການດຳເນີນງານ, ໃບລາຍງານຖານະການເງິນ ຊັບສິນ-ໜີ້ສິນ ແລະລາຍງານຊ້ອນທ້າຍອື່ນໆ ໂດຍສອດຄ່ອງກັບລະບຽບຫລັກການແມ່ນອິງໃສກົດລະບຽບທີ່ກ່ຽວຂ້ອງກັບວຽກງານດ້ານບັນຊີທີ່ນຳໃຊ້ໃນປະຈຸບັນ.
 ບັນທຶກລາຍການຄ້າປະຈຳເດືອນຕາມປະເພດລາຍການປະຈຳວັນ: ປະຈຳວັນຂາຍ, ປະຈຳວັນຊື້, ປະຈຳວັນຮັບເງິນ, ປະຈຳວັນຈ່າຍເງິນ, ປະຈຳວັນຄັງເງິນສົດຍ່ອຍ, ປະຈຳວັນທົ່ວໄປ.
 ສ້າງລາຍງານປື້ມປະຈຳວັນ: ປື້ມປະຈຳວັນທົ່ວໄປ, ປື້ມບັນຊີໃຫຍ່ແຍກປະເພດ, ໃບດຸ່ນດ່ຽງບັນຊີ.
 ສ້າງເອກະສານລາຍງານການເງິນ ປະຈຳເດືອນ, ງວດ ແລະ ປີ (ໃບລາຍງານຜົນໄດ້ຮັບ, ໃບສະຫຼຸບຊັບສົມບັດ, ແລະລາຍງານຊ້ອນທ້າຍອື່ນໆ) ໂດຍສອດຄ່ອງກັບມາດຕະຖານບັນຊີລາວທີ່ປະກາດໃຊ້ໃນປັດຈຸບັນ.
 ສ້າງລາຍງານບັນຊີລະອຽດ ຊຄທ ແລະການຫັກຄ່າຫຼຸ້ຍຫ້ຽນ
 ສ້າງລາຍງານບັນຊີສາງສິນຄ້າ ແລະ ສາງເຄື່ອງໃຊ້
 ສ້າງລາຍງານກ່ຽວກັບບັນຊີຕົ້ນທຶນການຜະລິດ
 ສ້າງລາຍງານກ່ຽວກັບການປະຕິບັດພັນທະອາກອນ
 ສ້າງລາຍງານຊ້ອນທ້າຍອື່ນໆ

ຕິດຕໍ່ພວກເຮົາ ← ກັບຄືນ

ການບໍລິການ

ບໍລິການ ຈັດວາງລະບົບບັນທຶກບັນຊີ

ການວາງລະບົບັນທຶກບັນຊີເພື່ອວັດຖຸປະສົງໃນການເກັບກຳຂໍ້ມູນທາງບັນຊີແລະການເງີນເຊີ່ງປະກອບໄປດ້ວຍເອກະສານຕ່າງໆ ບັນທຶກທາງບັນຊີລາຍງານເພື່ອຊ່ວຍໃຫ້ພາກສ່ວນການດຳເນີນວຽກງານສາມາດປະຕິບັດໜ້າທີ່ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ບັນລຸ ໄປດ້ວຍດີ ສຳລັບໃຊ້ເປັນເຄື່ອງມືວັດແທກຜົນຂອງການດຳເນີນງານໃນຮອບໄລຍະເວລາທີ່ຜ່ານມາ ແລະທັງທຸລະກິດຈຳເປັນຕ້ອງມີລະບົບບັນຊີທີ່ດີເພື່ອທີ່ຈະເປັນເຄື່ອງມືຂອງພະແນກບໍລິຫານໃນດ້ານການຄຸ້ມຄອງການດຳເນີນວຽກງານໃຫ້ເປັນໄປຕາມວັດຖຸປະສົງ.  ກຳນົດສາລະບານບັນຊີ ຂອງກິດຈະການໂດຍສອດຄ່ອງກັບມາດຕະຖານບັນຊີລາວ  ກຳນົດສາລະບານບັນຊີລາວຂອງກິດຈະການໂດຍສອດຄ່ອງກັບມາດຕະຖານບັນຊີສະເພາະຂອງກິດຈະການ (ສຳລັບກິດຈະການທີ່ມີສາລະບານບັນຊີສະເພາະ)  ກຳນົດຄ່າເບື້ອງຕົ້ນລະບົບໂປຣແກຣມເພື່ອບັນທຶກບັນຊີ  ກຳນົດວິທີການເບື້ອງຕົ້ນໃນການບັນທຶກບັນຊີ  ກຳນົດແບບຟອມພື້ນຖານສຳລັບວຽກບັນຊີ ແລະ ວິທີການເອກະສານ  ກຳນົດແຟ້ມຈັດເກັບຂໍ້ມູນເອກະສານການບັນທຶກບັນຊີ ແລະເອກະສານຕິດຕາມບັນຊີ  ກຳນົດໄຟເອັກເຊລປະກອບການຕິດຕາມວຽກທີ່ກ່ຽວຂ້ອງກັບການບັນທຶກບັນຊີ  ກວດກາແລະບັນທຶກລາຍການຍອດຍົກມາເບື້ອງຕົ້ນ (ສຳລັບກິດຈະການທີ່ມີເອກະສານລາຍງານປີຜ່ານມາ)  ວິເຄາະລາຍການປະກອບທຶນເບື້ອງຕົ້ນເພື່ອຕັ້ງບັນຊີ (ສຳລັບກິດຈະການເປີດໃໝ່)  ກຳນົດຮູບແບບຂອງການລາຍງານບັນຊີ (ໂດຍສອດຄ່ອງກັບລະບຽບການທີ່ນຳໃຊ້ໃນປະຈຸບັນ)

ອ່ານຕື່ມ